ຍິນດີຕ້ອນຮັບ! ຫນ້າ​ນີ້ມີໄວ້ສຳລັບຊາວຊ່າງຫັດຖະກຳ, ນັກທຸລະກິດດ້ານຫັດຖະກຳ, ຊາວຄ້າ-ຂາຍ, ນັກອອກແບບ ແລະ ທຸກຄົນທີ່ສົນໃຈໃນການປົກປ້ອງການສະແດງຄວາມໝາຍຂອງມໍລະດົກ ທາງດ້ານວັດທະນະທຳໃນ ລາວ.

ພວກທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບສິດຊັບສິນທາງປັນຍາທາງວັດທະນະທຳວ່າ ການປົກປ້ອງມີຫຍັງແດ່ ແລະ ສິ່ງທີ່ບໍ່ແມ່ນສຳລັບການອອກແບບລາຍດັ້ງເດີມໃນລາວ ແລະ ທົ່ວໂລກ. ທ່ານຍັງສາມາດຮຽນຮູ້ກ່ຽວກັບໂອກາດໃນການປົກປ້ອງການອອກແບບລາຍດັ້ງເດີມ ຂອງຊຸມຊົນທ່ານເອງ.

ມີຫຍັງເກີດຂຶ້ນ? ເຜົ່າໂອມາ ຕ້ານ ແມັກມາຣາ.

Oma elder learning of design plagiarism

ຍ້ອນຫຍັງຈິ່ງຕ້ອງມີກົດໝາຍປົກປ້ອງແບບລາຍດັ້ງເດີມ?

ເຜົ່າໂອມາຂອງ ລາວ ແລະ ເຄື່ອງນຸ່ງແບບດັ້ງເດີມຂອງພວກເຂົາ.

TAEC Talks Cultural IP Month Lao Webinar

ເປັນຫຍັງສິດທິຊັບສິນທາງປັນຍາດ້ານວັດທະນະທໍາຈິ່ງສໍາຄັນສໍາ ສປປ ລາວ?

ຄຳຖາມຫຼັກ

ສິດທິຊັບສິນທາງປັນຍາວັດທະນະທຳ (CIPRI) ໝາຍເຖິງສິດປະເພດໃໝ່ທີ່ກ່ຽວຂ້ອງກັບຄວາມຮູ້ພື້ນເມືອງ ແລະການສະ ແດງອອກທາງດ້ານມໍລະດົກວັດທະນະທຳ. ນີ້ແມ່ນຄຳສັບທີ່ນຳສະເໝີແລະສົ່ງເສີມໂດຍ ອົງການສິດທິຊັບສິນທາງປັນຍາທາງດ້ານວັດທະນະທຳ® ເພື່ອເນັ້ນໜັກເຖິງຄວາມຈຳເປັນຂອງກອບ ກົດໝາຍທີ່ອຸທິດຕົນແລະເພື່ອທ້າທາຍຂອບເຂດຈຳກັດຂອງສົມບັດມະຫາຊົນ. ສິດທິຊັບສິນທາງປັນຍາວັດທະນະທຳແມ່ນມີຄວາມໝາຍທີ່ຈະໄດ້ຮັບການຍອມຮັບຕໍ່ຄົນພື້ນເມືອງ, ຊຸມຊົນທ້ອງຖິ່ນ, ຊົນເຜົ່າ ແລະກຸ່ມຊົນເຜົ່າທີ່ເຮັດໜ້າທີ່ເປັນຜູ້ປົກປັກຮັກສາ ແລະຜູ້ປົກຄອງ ຂອງຄວາມຮູ້ພື້ນເມືອງ ແລະ ການສະແດງອອກທາງດ້ານມໍລະດົກວັດທະນະທຳ ແລະ ໃຫ້ການປົກປ້ອງ ທາງກົດໝາຍຕໍ່ການນຳໃຊ້ໃນທາງທີ່ຜິດໃນໄລຍະເວລາທີ່ບໍ່ມີກຳນົດ. 

 

ອີງຕາມອົງການຊັບສິນທາງປັນຍາໂລກ ຄວາມຮູ້ພື້ນເມືອງ ເປັນອົງຄວາມຮູ້ທີ່ມີຊີວິດເຊິ່ງໄດ້ຮັບການ ພັດທະນາ, ຍືນຍົງ ແລະ ຖ່າຍທອດຈາກລຸ້ນສູ່ລຸ້ນພາຍໃນຊຸມຊົນ ເຊິ່ງມັກຈະເປັນສ່ວນໜຶ່ງຂອງເອກະລັກ ວັດທະນະທຳ. ຄວາມຮູ້ພື້ນເມືອງ ປະກອບມີ: ພູມປັນຍາ/ຄວາມຮູ້, ວິທີການ, ທັກສະ, ການປະດິດຄິດສ້າງ ແລະ ການປະຕິບັດທີ່ຖືກຖ່າຍທອດຈາກລຸ້ນສູ່ລຸ້ນ.

ອີງຕາມອົງການຊັບສິນທາງປັນຍາໂລກ ການສະແດງອອກທາງດ້ານມໍລະດົກວັດທະນະທຳ ເປັນຮູບແບບທີ່ ເປັນວັດຖຸ ແລະ ບໍ່ເປັນວັດຖຸ ເຊິ່ງຄວາມຮູ້ພື້ນເມືອງ ແລະ  ການສະແດງອອກທາງດ້ານມໍລະດົກ ວັດທະນະທຳເປັນການສື່ສານ ຫຼື ເປັນການສະແດງອອກ. 

ການສະແດງອອກທາງດ້ານມໍລະດົກວັດທະນະທຳທີ່ເປັນວັດຖຸປະກອບມີ: ເຄື່ອງປະດັບ, ເຄື່ອງນຸ່ງແບບ ດັ້ງເດີມ, ເຄື່ອງປະດັບຫົວ, ເຄື່ອງປັ້ນດິນເຜົາ, ຜ້າແພສຳລັບຕົກແຕ່ງພາຍໃນເຮືອນ, ແກະສະຫຼັກໄມ້, ເຄື່ອງດົນຕີ, ຮູບແບບຂອງສະຖາປັດຕະຍະກຳ. ການສະແດງອອກທາງດ້ານວັດທະນະທຳທີ່ບໍ່ເປັນວັດຖຸ ປະກອບມີ: ເພງ, ການຟ້ອນລຳ,​ ພິທີກຳ, ການເລົ່ານິທານ, ວິທີການປຸງແຕ່ງອາຫານ, ຄຳເວົ້າ, ການອອກແບບ ແລະ ຊື່.

ການສະແດງອອກທາງດ້ານວັດທະນະທຳກຳລັງມີການພັດທະນາ, ສ້າງຂຶ້ນໃໝ່ ແລະ ຟື້ນຟູຄືນໃໝ່ພາຍໃນ ຊຸມຊົນຢ່າງຕໍ່ເນື່ອງ. ການສະແດງອອກທາງດ້ານວັດທະນະທຳເປັນສ່ວນໜຶ່ງຂອງເອກະລັກ ແລະ ມໍລະດົກ ຂອງຄົນພື້ນເມືອງ, ຊຸມຊົນ, ຊົນເຜົ່າ ທີ່ໄດ້ສືບທອດກັນມາຈາກລຸ້ນສູ່ລຸ້ນ. 

ຂໍ້ມູນເພີ່ມເຕີມທາງອິນເຕີເນັດ

with the support of